ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດເລື່ອນຊັ້ນນາຍທະຫານພັນໂທ ຂຶ້ນຊັ້ນພັນເອກ


    ວັນທີ 21 ກໍລະກົດ 2023 ນີ້, ກະຊວງປ້ອງກັນປະເທດ ໄດ້ປະກາດເລື່ອນຊັ້ນ ໃຫ້ນາຍທະຫານຂັ້ນສູງ ຊັ້ນພັນໂທ ຂຶ້ນຊັ້ນພັນເອກ, ໂດຍການ
ເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການ
ເມືອງກອງທັບ, ມີບັນດາສະຫາຍຕາງໜ້າຄະນະນຳກົມໃຫຍ່, ຫ້ອງວ່າການ, ກົມ, ກອງ ແລະ ພະນັກງານນາຍທະຫາຍທີ່ໄດ້ຮັບການເລື່ອນຊັ້ນໃໝ່
ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າ
ດ້ວຍການເລື່ອນຊັ້ນນາຍທະຫານ ພັນໂທ ຂຶ້ນຊັ້ນພັນເອກ ຈຳນວນ 6 ສະຫາຍ ຄື: ສະຫາຍ ພັນໂທ ສຸລິໄຊ ພິຈິດ ຫົວໜ້າຫ້ອງການ ກົມໃຫຍ່ເສ
ນາທິການກອງທັບ, ສະຫາຍ ພັນໂທ ກິ່ງແກ້ວ ແສງຄຳຢອງ, ຮອງອຳນວຍການ, ຫົວໜ້າຫ້ອງຄົ້ນຄວ້າວິທະຍາສາດວິທະຍາຄານການແພດກອງທັບ,
ສະຫາຍ ພັນໂທ ວຽງພັນ ບຸນພະນຸໄຊ ຫົວໜ້າຫ້ອງການ ແລະ ບໍລິຫານ ໂຮງໝໍສູນກາງ 103 ກອງທັບ, ສະຫາຍ ພັນໂທ ຄຳໄຊ ສະນິແກ້ວ ຮອງກົມ
ກົມວິທະຍາສາດ-ປະຫວັດສາດ ການທະຫານ, ສະຫາຍ ພັນໂທ ລັດສະໝີ ແກ້ວມີໄຊ ທີ່ປຶກສາທູດປ້ອງກັນຊາດລາວ ປະຈຳຟິລິປິນ ແລະ ສະຫາຍ ພັນ
ໂທ ຄຳພັດ ສອງສະໄໝ ທີ່ປຶກສາທູດປ້ອງກັນຊາດລາວ ປະຈຳຣາຊາອານາຈັກໄທ.

     ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສິລິວົງ ໄດ້ເນັ້ນໃຫ້ບັນດາສະຫາຍ ທີ່ໄດ້ຮັບການເລື່ອນຊັ້ນສືບຕໍ່ຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍ
ຂອງພັກ-ລັດ ແລະ ຂອງກອງທັບ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ ອັນນີ້ມັນສະແດງເຖິງຄຸນທາດການເມືອງຂອງພະນັກງານ-ສະມາ
ຊິກພັກ, ສືບຕໍ່ຍົກສຸງຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍພະຍາຍາມຄົ້ນຄວ້າທຸກວິທີທາງເພື່ອປັບປຸງແບບແຜນວິທີເຮັດວຽກ, ປະຕິບັດຫຼັກການ
ລວມສູນປະຊາທິປະໄຕ, ມີແບບແຜນວິທີເຮັດວຽກ, ວິທີນໍາພາແບບວິທະຍາສາດ-ປະດິດສ້າງ, ຕັ້ງໜ້າປະກອບສ່ວນປັບປຸງກຳ, ກົມກອງ ໃຫ້ກາຍ
ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ກົມກອງ 3 ປອດ, ກົມກອງວັດທະນະທໍາ-ນັກຮົບວັດທະນະທຳ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມ ຕົນເອງ
ໃຫ້ມີຄວາມຮູ້-ຄວາມສາມາດ, ມີຄວາມສະດຸ້ງໄວຕໍ່ສະພາບການເພື່ອສ້າງກອງທັບເຮົາໃຫ້ເຂັ້ມແຂງ, ມີແບບແຜນ ແລະ ທັນສະໄໝເທື່ອລະກ້າວ.


ວັນທີ 21/07/2023